ສຳລັບ Windows 10 / 11 — ໃຊ້ໄດ້ແບບ Offline
ໄປທີ່ https://www.ecsoft.la/ecacct/download/ ແລ້ວກົດດາວໂຫຼດ EC-ACCT-Setup.exe
Double-click ໄຟລ໌ .exe. ຖ້າ Windows ຂຶ້ນ "Windows protected your PC / Unknown publisher" → ກົດ More info → Run anyway (ເປັນເລື່ອງປົກກະຕິ ເພາະຍັງບໍ່ໄດ້ຊື້ໃບຮັບຮອງ).
ກົດ Install ໄປເລື້ອຍໆ. ຕິດຕັ້ງແລ້ວຈະມີ shortcut "EC ACCT" ຢູ່ Desktop ແລະ Start Menu — ກົດເປີດໄດ້ເລີຍ.
ຕັ້ງລະຫັດເພື່ອປ້ອງກັນຂໍ້ມູນ
ເປີດໂປຣແກຣມຄັ້ງທຳອິດ ຈະຍັງບໍ່ມີບໍລິສັດ (ເລີ່ມຈາກວ່າງ). ແນະນຳໃຫ້ຕັ້ງລະຫັດກ່ອນ:
ກົດແຖບ ການຕັ້ງຄ່າ ດ້ານຊ້າຍຂອງໂປຣແກຣມ.
ກົດ "ຕັ້ງລະຫັດເປີດ" → ໃສ່ລະຫັດໃໝ່ → ບັນທຶກ. ຄັ້ງຕໍ່ໄປເປີດໂປຣແກຣມ ຕ້ອງໃສ່ລະຫັດກ່ອນ.
ສ້າງບໍລິສັດ ແລະ ບັນຊີຕາມສະກຸນເງິນທີ່ໃຊ້
ກົດແຖບ ຈັດການບໍລິສັດ ດ້ານຊ້າຍ → ກົດ "ເພີ່ມບໍລິສັດ".
ໃສ່ຊື່ບໍລິສັດ ແລະ ຕົວຫຍໍ້/ລະຫັດ (ເຊັ່ນ STD). ລະຫັດນີ້ຈະຖືກໃຊ້ສ້າງ "ໃບບິນເລກທີ" ໃຫ້ອັດຕະໂນມັດ.
ເມື່ອເພີ່ມບໍລິສັດ ລະບົບຈະສ້າງບັນຊີ ເງິນສົດ ແລະ ທະນາຄານ ໃຫ້ທຸກສະກຸນເງິນ (ກີບ/ໂດລາ/ບາດ/ຢວນ). ບໍ່ໃຊ້ບັນຊີໃດກໍ່ລຶບໄດ້.
ໃນ ຈັດການບໍລິສັດ ກົດເລືອກບໍລິສັດ → ເພີ່ມບັນຊີໃໝ່ (ເລືອກປະເພດ ເງິນສົດ/ທະນາຄານ/ອື່ນໆ ເຊັ່ນ e-wallet) ຫຼື ກົດ ✏️ ປ່ຽນຊື່ / 🗑️ ລຶບ.
ໃສ່ຍອດເງິນຈິງທີ່ມີຢູ່ ກ່ອນເລີ່ມບັນທຶກ
ກົດແຖບ ບັນຊີປະຈຳວັນ → ເລືອກ ບໍລິສັດ ແລະ ບັນຊີ ທີ່ຕ້ອງການ.
ໃສ່ຍອດເງິນ ຈິງ ທີ່ບັນຊີນັ້ນມີໃນມື້ນີ້ (ຈາກ ໃບກວດສອບທະນາຄານ ຫຼື ນັບເງິນສົດຈິງ). ຂຽນໝາຍເຫດ ເຊັ່ນ "ຍອດເລີ່ມໃຊ້ລະບົບ".
ບັນທຶກລາຍການແຕ່ລະມື້
ໃນ ບັນຊີປະຈຳວັນ ເລືອກບໍລິສັດ ແລະ ບັນຊີ ທີ່ຈະບັນທຶກ → ກົດ "ເພີ່ມລາຍການ".
ວັນທີ · ໃບບິນເລກທີ (ສ້າງໃຫ້ອັດຕະໂນມັດຕາມລະຫັດບໍລິສັດ ເຊັ່ນ STD-0001 — ແກ້ໄຂໄດ້) · ລາຍລະອຽດ (ຄຳອະທິບາຍ) · ໃສ່ ລາຍຮັບ ຫຼື ລາຍຈ່າຍ (ຕົວເລກຈະຂຶ້ນ punctuation ໃຫ້ເອງ ເຊັ່ນ 2,000,000).
ຍອດເຫຼືອ ຈະຄິດໃຫ້ອັດຕະໂນມັດ. ແຕ່ລະແຖວມີປຸ່ມ ✏️ ແກ້ໄຂ ແລະ 🗑️ ລຶບ.
ເກັບຫຼັກຖານໃສ່ແຕ່ລະລາຍການ
ໃນປ່ອງ "ເພີ່ມລາຍການ" ມີສ່ວນ "ໃບບິນ / ຫຼັກຖານ" → ກົດ "ເພີ່ມໄຟລ໌" → ເລືອກ ຮູບ ຫຼື PDF (ເລືອກຫຼາຍໄຟລ໌ໄດ້) → ກົດ ບັນທຶກ ໄຟລ໌ຈະຖືກເກັບກັບລາຍການນັ້ນ.
ໃນຕາຕະລາງ ບັນຊີປະຈຳວັນ ຖັນ "ເອກະສານ" ມີປຸ່ມຄລິບ + ຈຳນວນໄຟລ໌. ກົດ → ເບິ່ງຮູບ (ຂະຫຍາຍໄດ້), ເປີດ PDF, ເພີ່ມ ຫຼື ລຶບ ໄຟລ໌.
ເຫັນຍອດທຸກບໍລິສັດ ທຸກສະກຸນເງິນ ໃນໜ້າດຽວ
ສົ່ງອອກລາຍລະອຽດທຸກລາຍການ ສຳລັບສົ່ງໃຫ້ກວດ
ໃນ ສະຫຼຸບຍອດເຫຼືອ ເລືອກ ບໍລິສັດ (ທັງໝົດ ຫຼື ບໍລິສັດໃດໜຶ່ງ) ແລະ ໄລຍະວັນທີ.
ເລືອກບ່ອນບັນທຶກໄຟລ໌. ໄຟລ໌ Excel ຈະມີ ທຸກລາຍການ ແຍກຕາມ ບໍລິສັດ → ສະກຸນເງິນ → ບັນຊີ ພ້ອມ ວັນທີ, ໃບບິນເລກທີ, ລາຍລະອຽດ, ລາຍຮັບ, ລາຍຈ່າຍ, ຍອດເຫຼືອ ແລະ ລວມຍ່ອຍ.
#,##0.00 (ເຊັ່ນ 2,000,000.00) ແລະ ຍັງເປັນຕົວເລກຈິງ — ໃຊ້ສູດ SUM ໄດ້ປົກກະຕິ.
ສະຫຼຸບ ຕາມເດືອນ ຫຼື ໄລຍະ
ໃນແຖບ ລາຍງານ ເລືອກ ບໍລິສັດ, ສະກຸນເງິນ ແລະ ໄລຍະ (ໝົດປີ / ຕາມເດືອນ / ກຳນົດເອງ) → ກົດ "ສ້າງລາຍງານ" → ເຫັນ ຍອດຕົ້ນງວດ, ລາຍຮັບ, ລາຍຈ່າຍ, ຍອດທ້າຍງວດ ແຍກຕາມສະກຸນເງິນ. ກົດ "ສົ່ງອອກ Excel" ເພື່ອບັນທຶກ.
ສິ້ນປີ → ເລີ່ມປີໃໝ່
ໄປ ການຕັ້ງຄ່າ → "ຈັດການປີ" → ກົດ "ສ້າງປີໃໝ່" → ໃສ່ປີ (ເຊັ່ນ 2027) → ກົດ "ສ້າງ ແລະ ຍົກຍອດ". ລະບົບຈະຍົກ ຍອດທ້າຍປີ ຂອງແຕ່ລະບັນຊີ ມາເປັນ ຍອດຕົ້ນປີໃໝ່ ໃຫ້ອັດຕະໂນມັດ. ປ່ຽນປີເບິ່ງໄດ້ທີ່ມຸມຂວາເທິງ (ປີ).
ປ້ອງກັນຂໍ້ມູນຫາຍ
ການຕັ້ງຄ່າ → "ສຳຮອງຖານຂໍ້ມູນ" → ເລືອກບ່ອນບັນທຶກໄຟລ໌ .db. ແນະນຳໃຫ້ສຳຮອງເປັນປະຈຳ (ເກັບໃສ່ USB ຫຼື Cloud).
ການຕັ້ງຄ່າ → "ລຶບຂໍ້ມູນປີນີ້" → ລຶບລາຍການ ແລະ ຍອດຕົ້ນງວດ ຂອງປີນັ້ນ (ຍັງເກັບໂຄງສ້າງ ບໍລິສັດ/ບັນຊີ). ມີຢືນຢັນ 2 ຄັ້ງ — ແນະນຳໃຫ້ສຳຮອງກ່ອນ.
.db ທີ່ສຳຮອງໄວ້ ໄປແທນທີ່ໄຟລ໌ຖານຂໍ້ມູນເດີມ (ຕິດຕໍ່ທີມງານ ECsoft ຖ້າບໍ່ແນ່ໃຈ).
ບັນຫາ ແລະ ວິທີແກ້